ໃນວັນທີ 05-06 ທັນວາ 2024,ຢູ່ທີ່ ຣີຊອດ ນາປ່າກວາງ ເມືອງແກ້ວອຸດົມ ແຂວງວຽງຈັນ ອົງການກາແດງແຫ່ງຊາດລາວ ໄດ້ຈັດພິທີ ມອບ-ຮັບ ເງິນຊ່ວຍເຫຼືອສຸກເສີນ ຈຳນວນ 8,336,400,000 ກີບ ພາຍໃຕ້ໂຄງການ ຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບຈາກໄພພິບັດ ນໍ້າຖ້ວມໂດຍການສະໜັບສະໜູນທຶນ ຂອງສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ(IFRC) ເພື່ອຊ່ວຍເຫຼືອປະຊາຊົນທີ່ຖຶກຜົນກະທົບຈາກພາຍຸໃຕ້ຝຸ່ນ ແລະ ນໍ້າຖ້ວມໄລຍະເດືອນ ສິງຫາ ແລະກັນຍາຜ່ານມາ ລວມ 08 ແຂວງຄື: ແຂວງວຽງຈັນ, ໄຊຍະບູລີ, ອຸດົມໄຊ, ຊຽງຂວາງ,ຫົວພັນ, ຫຼວງນໍ້າທາ, ບໍ່ແກ້ວ ແລະ ຜົ້ງສາລີ ໂດຍການ ເປັນປະທານຂອງທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ, ມີບັນດາທ່ານຮອງເຈົ້າແຂວງ, ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ; ຄະນະນຳອົງການກາແດງແຂວງ ພ້ອມດ້ວຍພະນັກງານວິຊາການທີ່ມາຈາກ 08 ແຂວງກ່ຽວຂ້ອງ ມີຜູ້ເຂົ້າຮ່ວມທັງໝົດ 68 ທ່ານ,ຍິງ 26 ທ່ານ;
ສະເພາະແຂວງໄຊຍະບູລີແມ່ນໄດ້ຮັບຜົນກະທົບ 2 ເມືອງ ຄື:ເມືອງຊຽງຮ່ອນແລະເມືອງຄອບ ມີ 1.440 ຄອບຄົວ ລວມມູນຄ່າການຊ່ວຍເຫຼືອທັງໝົດ 2.029.600.000 ກີບ ສ່ວນການຊ່ວຍເຫຼືອໃນຄັ້ງນີ້ແມ່ນການແຈກຢາຍເປັນເງິນສົດແບບບໍ່ມີເງືອນໄຂເພື່ອເປັນການຊ່ວຍເຫຼືອບັນເທົາທຸກເບື້ອງຕົ້ນໃຫ້ແກ່ປະຊາຊົນ ຜູ້ໄດ້ຮັບຜົນກະທົບສາມາດນຳເງິນດັ່ງກ່າວຮັບໃຊ້ສິ່ງຂອງອັນຈຳເປັນພາຍໃນຄອບຄົວ ຂ່າວຍັງໃຫ້ຮູ້ອີກວ່າໃນຄະນະດຽວກັນຍັງໄດ້ຝຶກອົບຮົມການລົງແຈກຢາຍເງີນສົດຢູ່ພາກສະໜາມໃຫ້ແກ່ພະນັກງານກາແດງທີ່ກ່ຽວຂ້ອງ ຕື່ມອີກທັ່ງນີ້ກໍ່ເພື່ອຮັບປະກັນຄວາມພ້ອມໃນການລົງແຈກຢາຍເງິນຕົວຈິງໃຫ້ໄດ້ຮັບຜົນດີ.
ໂທ:074211323
--------------------------------
ອັບເດດຂໍ້ມູນໃໝ່ໆກ່ຽວກັບ ອົງການກາແດງແຫ່ງຊາດລາວໄດ້ທີ່:
* Fanpage: https://www.facebook.com/LaoRedCrossSociety
* Website: https://www.laoredcross.org.la
* ໂທລະສັບ: +85621 216610, 250 000
* ລາຍການວິທະຍຸ: FM 103.7 Mhz, 9-10ໂມງ ທຸກວັນອາທິດ.




